ກ່ຽວກັບພວກເຮົາ

ຂໍ້ມູນກ່ຽວກັບບໍລິສັດ

  • ບໍລິສັດ Space Eye Lao ສ້າງຕັ້ງຂື້ນໃນປີ 2013 ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.
  • SPEL ແມ່ນ ບໍລິສັດເອກະຊົນທີ່ດຳເນີນງານກ່ຽວກັບພູມມີສາດພູມສັນຖານ ແລະ ໄດ້ຮັບການຈົດທະບຽນທີ່ຖືກຕ້ອງຕາມກົດໝາຍໃນ ສ ປ ປ ລາວ. ໂດຍອີງໃສ່ເຕັກໂນໂລຊີຂັ້ນສູງ ຂອງ ການເກັບກຳຂໍ້ມູນທາງດ້ານພູມມີສາດ.
  • ໜ້າວຽກຫຼັກຂອງບໍລິສັດ Space Eye Lao ແມ່ນລະບົບແຜນທີ່ນໍາທາງ, ການສ້າງແຜນທີ່, ການສໍາຫຼວດຈາກພາບຖ່າຍທາງດາວທຽມ, ເຄື່ອງມືວັດແທກທີ່ດິນ ແລະ ການແກ້ໄຂປັນຫາ ແບບມືອາຊີບ.
  • ເປົ້າໝາຍຂອງບໍລິສັດ SPEL ແມ່ນ ການເປັນອົງກອນ ທີ່ນໍາໜ້າ ທາງດ້ານ ພູມມີສາດ – ພູມສັນຖານ ໃນ ສປປ ລາວ ກໍ່ຄືໃນເຂດອາຊີຕາເວັນອອກສຽງໃຕ້ໂດຍການຢຶດຖືພັດທະນາແນວຄວາມຄິດໃໝ່ໆ.
  • ພັດທະນາເຕັກໂນໂລຊີທີ່ທັນສະໄໝ ແລະ ຍົກລະດັບການບໍລິການທີ່ດີທີ່ສຸດ.
  • SPEL ມີສາຍການຜະລິດ ແລະ ຂໍ້ມູນທາງພູມມີສາດ, ມີລະບົບນະວັດຕະກໍາທີ່ທັນສະໄໝ ເຊິ່ງນີ້ກໍ່ເປັນຈຸດເດັ່ນຂອງບໍລິສັດ SPEL.

ຫຼັກການຂອງບໍລິສັດ

  • ກົນລະຍຸດໃນການພັດທະນາ: ເປົ້າໝາຍຫຼັກແມ່ນສ້າງຕັ້ງບໍລິສັດທີ່ເປັນຜູ້ນໍາ ທາງດ້ານຂໍ້ມູນພູມສັນຖານຂອງ ສປປ ລາວ.
  • ແນວຄວາມຄິດທາງດ້ານທຸລະກິດ: ເນັ້ນຄວາມສໍາຄັນຂອງລູກຄ້າເປັນຫຼັກ, ຢຶດຖືຄວາມຊື່ສັດ, ມີການບໍລິການທີ່ເປັນມິດ ແລະນະວັດຕະກໍາທີ່ທັນສະໄໝ.
  • ນະໂຍບາຍການຄຸ້ມຄອງ ແລະ ບໍລິຫານ: ໃຫ້ຮັບການຕອບຮັບທີ່ດີທາງດ້ານຄຸນນະພາບ, ຄົ້ນຫາພັດທະນາເຕັກໂນໂລຊີທີ່ສູງ ແລະ ທັນສະໄໝ,ສ້າງຜົນກໍາໄລຈາກການບໍລິຫານຈັດການທີ່ມີຄຸນນະພາບ.
  • ອຸດົມການຂອງບໍລິສັດ: ປະຕິບັດໄດ້ຈິງ ຖືກຕ້ອງຕາມຫຼັກການ, ເປັນອັນອຸດົມການຂອງບໍລິສັດ: ປະຕິບັດໄດ້ຈິງ ຖືກຕ້ອງຕາມຫຼັກການ, ເປັນອັນໜຶ່ງອັນດຽວ ມີການແລກປ່ຽນຂໍ້ມູນຂ່າວສານທາງດ້ານນະວັດຕະກຳ ແລະ ເປັນບໍລິສັດທີ່ນໍາໜ້າທາງດ້ານເຕັກໂນໂລຊີທີ່ທັນສະໄໝ.

ໂຄງຮ່າງການຈັດຕັ້ງ