ພິທີເຊັນສັນຍາຮ່ວມມື

ພິທີເຊັນສັນຍາຮ່ວມມືການສ້າງແຜນທີ່ລະບົບນຳທາງ ແລະ ສະຖານີ ສຳຫຼວດ-ວັດແທກ ດ້ວຍສັນຍານດາວທຽມ

ໃນຄັ້ງວັນທີ25ເດືອນ5 ທີ່ກົມແຜນທີ່ແຫ່ງຊາດ ໂດຍແມ່ນທ່ານ ບົວສົດ ສຸວັນນະຂຸນມະນີ ຫົວໜ້າກົມແຜນທີ່ແຫ່ງຊາດ ແລະ ທ່ານ ເສີງ ຊຽວຢາງ ປະທານບໍລິສັດສະເປສອາຍລາວ ຮ່ວມກັນລົງນາມ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ຫວັງ ເວີຍກົວ ຫົວໜ້າສຳນັກງານສຳຫຼວດວັດແທກ ແລະ ສ້າງແຜນທີ່ ແຂວງ ຢູນນານ ສປ.ຈີນ ທັງເປັນຫົວໜ້າຄະນະຜູ້ແທນຝ່າຍຈີນ, ໂດຍມີຜູ້ເຂົ້າຮ່ວມຈາກກົມແຜນທີ່ແຫ່ງຊາດ, ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ລິວ ສຽວໂປ່ ຮອງຫົວໜ້າສູນສຳຫຼວດວັດແທກດາວທຽມ ແລະ ແຜນທີ່ ພ້ອມດ້ວຍຄະນະ, ທ່ານ ເຕີ້ງ ຍິງກູ່ຍ ຜູ້ຈັດການໃຫຍ່ ຕາງໜ້າໃຫ້ບໍລິສັດຊາວທ໌(SOUTH).

ໃນພິທີເຊັນສັນຍາດັ່ງກ່າວ ທ່ານ ບົວສົດ ສຸວັນນະຂຸນມະນີ ໄດ້ກ່າວຕ້ອນຮັບ ທ່ານ ຫວັງ ເວີຍກົວ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບກົມແຜນທີ່ແຫ່ງຊາດ, ການພົວພັນຮ່ວມມືລະຫວ່າງກົມແຜນທີ່ແຫ່ງຊາດລາວ ແລະ ກົມແຜນທີ່ແຫ່ງຊາດຈີນປັກກິ່ງ ກໍ່ຄືສຳນັກງານສຳຫຼວດວັດແທກແຂວງຢຸນນານ ໄດ້ມີການຮ່ວມມືທາງດ້ານສຳຫຼວດວັດແທກຮ່ວມກັນມາຍາວນານ ທັງສອງຝ່າຍໄດ້ໄປມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານການສ້າງແຜນທີ່. ເພື່ອສືບຕໍ່ການຮ່ວມມືຂອງສອງຝ່າຍລາວ-ຈີນ ແລະ ເພື່ອເຮັດໃຫ້ວຽກງານສຳຫຼວດວັດແທກ-ສ້າງແຜນທີ່ຢູ່ ສປປ ລາວ ໃຫ້ມີຂໍ້ມູນໃໝ່ພຽງພໍໃນຫຼາຍດ້ານເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ໃນຂະແໜງການຕ່າງໆ ໃຫ້ມີຄວາມວ່ອງໄວ ທັນສະໃໝຂື້ນ. ຝ່າຍຈີນເຫັນດີໃຫ້ການຊ່ວຍເຫຼືອຕາມຂໍ້ສະເໜີຂອງຝ່າຍລາວຄື:

ດັດແກ້ແຜນທີ່ທ່ອງທ່ຽວທີ່ຝ່າຍຈີນໄດ້ຊ່ວຍສ້າງໃນເມື່ອກ່ອນນັ້ນໃຫ້ມີຂໍ້ມູນໃໝ່ພຽງພໍສຳລັບວຽກງານທ່ອງທ່ຽວ ເພື່ອເຮັດໃຫ້ນັກທ່ອງທ່ຽວສາມາດເຂົ້າເຖິງແຫຼ່ງທ່ອງທ່ຽວທີ່ຢູ່ ສປປ ລາວ ທີ່ຝ່າຍຈີນໄດ້ສ້າງສຳເລັດ ແລະ ນຳມາມອບໃຫ້ຝ່າຍລາວໃນຄັ້ງນີ້.

ດັດແກ້ແຜນທີ່ພູມສັນຖານເຂດພາກໃຕ້ ທາາງຝ່າຍຈີນໄດ້ເຮັດທົດລອງນຳໃຊ້ຂໍ້ມູນດາວທຽມ ເຫັນວ່າໄດ້ຮັບຜົນດີ ແລະກຳລັງຈະສືບຕໍ່ໄປຈັດຕັ້ງໃນຂັ້ນຕໍ່ໄປ.

ສ້າງສະຖານີສຳຫຼວດວັດແທກດ້ວຍສັນຍານຮັບດາວທຽມ ແລະ ແຜນທີ່ລະບົບນຳພາທາງ

ພ້ອມດຽວກັນນັ້ນໃນຕອນແລງຂອງວັນທີ 25 ເດືອນ 5 ປີ 2016 ທ່ານ ບົວສົດ ສຸວັນນະຂຸນມະນີ ແລະ ທ່ານ ເສີງ ຊຽວຢາງ ພ້ອມດ້ວຍຄະນະໄດ້ລົງສຳຫຼວດພື້ນທີ່ເຂດພິເສດໄຊເສດຖາເພື່ອຈະຫາຈຸດທີ່ເໝາະສົມໃນການເຮັດສະຖານີ ສຳຫຼວດ-ວັດແທກ ດ້ວຍສັນຍານດາວທຽມແຫ່ງທຳອິດຂອງປະເທດລາວເພື່ອເປັນການຍົກລະດັບແລະພັດທະນາເຕັກໂນໂລຊີຂອງປະເທດລາວໃຫ້ມີຄຸນນະພາບທຽບເທົ່າກັບສາກົນ.

pic sun ya638165143496481142IMG_3153