ບົດຄວາມ: ກຳມະກອນ
ບົດຄວາມ: ກຳມະກອນ

*ຊີວິດຂ້ອຍ ຄືກຳມະກອນ
ຕາກແດດຮ້ອນ ເຫື່ອປານຝົນຮ່ຳ
ທຸກເຊົ້າຄ່ຳ ແມ່ນອອກແຮງງານ
ທໍລະມານ ປານນ້ຳຮ້ອນລວກ

*ບໍ່ສະດວກ ຄືຄົນອື່ນເຂົາ
ເພາະວ່າເຮົາ ບໍ່ມີຄວາມຮູ້
ຕ້ອງທົນຢູ່ ສູ້ແດດ ແລະ ຝົນ
ເຮົາຕ້ອງທົນ ເພື່ອວັນທາງໜ້າ

*ອີກບໍ່ຊ້າ ຊີວິດຈະດີ
ເພາະເຮົາມີ ຄວາມພະຍາຍາມ
ທຸກກໍ່ຕາມ ຕ້ອງສູ້ໄວ້ກ່ອນ
ຄິດເຖິງຕອນ ພໍ່ແມ່ລ້ຽງມາ

*ເພິ່ນອົດສາ ລ້ຽງເຮົາຈົນໃຫຍ່
ຈົນວ່າໄດ້ ທົດແທນພະຄຸນ
ລູກມີບຸນ ທີ່ໄດ້ເກີດມາ
ວາດສະໜາ ເປັນກຳມະກອນ