ໃນວັນທີ 26 ມັງກອນ 2023 ນີ້, ທີ່ກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມ, ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ຮ່ວມກັບທ່ານນາງ ພູຄໍາ ວົງວິຈິດ ປະທານບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ໄດ້ລົງ ນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມ ມືນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນ ສະໄໝ ເພື່ອພັດທະນາວຽກ ງານສໍາຫຼວດ-ວັດ ແທກ ແລະ ສ້າງແຜນທີ່ຕາດິນ, ວາງແຜນນໍາໃຊ້ທີ່ດິນ ແລະ ລະບົບປະເມີນລາຄາທີ່ດິນຂອງ ສ ປປ ລາວ, ໂດຍມີທ່ານ ອິດທິພົນ ຈັນທະມາລິນ ຮອງຫົວໜ້າກົມທີ່ດິນ, ທ່ານ Cheng Xiaoyang ຮອງປະທານ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານຫົວໜ້າກົມທີ່ດິນກ່າວວ່າ: ໃນໄລຍະຜ່ານມາ, ທາງກົມທີ່ດິນ ແລະ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ໄດ້ດໍາເນີນໂຄງການທົດລອງວຽກງານສໍາຫຼວດ-ວັດແທກຕອນດິນ ແລະ ສ້າງແຜນທີ່ຕາດິນ ທີ່ໃຊ້ລະບົບເຄື່ອງມືທັນສະໄໝຂອງບໍລິສັດດັ່ງກ່າວ ຢູ່ໃນຂອບເຂດ 4 ບ້ານເປົ້າໝາຍ ໃນເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຊິ່ງໄດ້ມີຜົນສໍາເລັດ ແລະ ເປັນທ່າແຮງໃນການບໍລິຫານທີ່ດິນທີ່ທັນສະໄໝເພາະໄລຍະທີ່ຜ່ານມາທາງພາກລັດຍັງມີຂໍ້ຈັດກັດຫຼາຍດ້ານໃນການດໍາເນີນວຽກງານ.